Loading...

First Instant Online Bus & Van Chartering Platform in Malaysia

ບໍລິການເຊົ່າລົດເມໃນລາວ

ວາງແຜນຈະໄປພັກຜ່ອນຢ່າງນົກໜາກັບຄອບຄົວ ຫຼືເພື່ອນໆທີ່ລາວບໍ? ຄົ້ນພົບເມືອງຊື່ດັງຫຼວງພະບາງ ທີ່ເຕັມໄປດ້ວຍວັດແກ້ວທອງ, ເຮືອນໄມ້ ແລະ ອາຄານອານານິຄົມຝຣັ່ງເກົ່າໆຕາມແນວຖະໜົນ. ລ່ອງເຮືອໄປຕາມແມ່ນ້ໍາໂຂງອັນຍິ່ງໃຫຍ່ ເຊິ່ງເປັນແມ່ນ້ໍາທີ່ງົດງາມທີ່ສຸດໃນອາຊີຕາເວັນອອກສຽງໃຕ້. ສ້າງຄວາມມ່ວນຊື່ນໃນການພັກຜ່ອນໂດຍຈັດທົ່ວແບບກຸ່ມໄປຍັງສະຖານທີ່ທ່ອງທ່ຽວຕ່າງໆໃນລາວຜ່ານ ຊ່ອງທາງຈອງອອນໄລນ໌ Easybook!

ດຽວນີ້ນັກທ່ອງທ່ຽວສາມາດແນ່ໃຈໄດ້ວ່າການທ່ອງທ່ຽວພັກຜ່ອນແບບກຸ່ມຂອງຕົນຈະຜ່ານໄປໄດ້ຢ່າງຮາບລື່ນໂດຍການຈອງລົດເມແຊເວັງ. ການເຊົ່າລົດໃນລາວບໍ່ພຽງແຕ່ຊ່ວຍຫຼຸດຄ່າໃຊ້ຈ່າຍ ແຕ່ຍັງສາມາດພາຜູ້ໂດຍສານຈໍານວນຫຼາຍໄປພ້ອມກັນໄດ້ຢ່າງສະດວກສະບາຍ. ລົດທີ່ໃຫ້ເຊົ່າທຸກຄັນມີເບື້ອງນັ່ງອ່ອນນຸ່ມປັບໄດ້ແລະລະບົບແອເຢັນເຕັມຮູບແບບ ເພື່ອໃຫ້ນັກທ່ອງທ່ຽວຮູ້ສຶກສະດວກແລະເຢັນສະບາຍໃນການໂດຍສານ.

ໃນຖານະເປັນບໍລິການຈອງຕົ໋ວອອນໄລນ໌ທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້, Easybook ທຳໃຫ້ການຈັດການການເຊົ່າລົດໃນລາວເປັນເລື່ອງງ່າຍດາຍ ເນື່ອງຈາກພວກເຮົາມີລະບົບຈອງອອນໄລນ໌ສໍາລັບການເຊົ່າ ແລະການຈອງລົດບັດສ໌ໄວ້ແລ້ວ. ພ້ອມສໍາລັບການເດີນທາງທີ່ນ່າຈື່ຈຳໄປຍັງສະຖານທີ່ຫນ້າສົນໃຈໃນລາວກັບ Easybook!

ປະເພດຂອງບໍລິການລົດເຊົ່າໃນລາວ

ລົດແຊເວັງແມ່ນບໍລິການເຊົ່າລົດເມສຳລັບຜູ້ທີ່ເດີນທາງເປັນກຸ່ມໃຫຍ່. ການເຊົ່າລົດສາມາດເຮັດໄດ້ຕາມຈໍານວນຊົ່ວໂມງ ຫຼື ມື້ ແລະມີທັງການເດີນທາງໄປຟື້ນດຽວ ແລະການເດີນທາງໄປ-ກັບ. ລົດແຊເວັງຈະຊ່ວຍໃຫ້ການເດີນທາງຈາກບ່ອນໜຶ່ງໄປອີກບ່ອນໜຶ່ງງ່າຍຂຶ້ນ ແລະຜູ້ໂດຍສານບໍ່ຈໍາເປັນຕ້ອງກັງວົນເລື່ອງການຂົນສົ່ງຂອງຕົນ. ນັກທ່ອງທ່ຽວສາມາດທ່ອງທ່ຽວຢູ່ໃນລາວໄດ້ຢ່າງປອດໄພແລະສະບາຍໃຈ.

ການເຊົ່າລົດແຊເວັງເໝາະສົມສໍາລັບເຫດການຕ່າງໆ ຕາມຄວາມຕ້ອງການຂອງຜູ້ໂດຍສານໃນເວລາຈອງ. ເຫດການທີ່ນິຍົມໃຊ້ບໍລິການເຊົ່າລົດມີດັ່ງນີ້:

  • ເຊົ່າລົດທ່ອງທ່ຽວ
  • ເຊົ່າລົດສໍາລັບການໄປພັກຜ່ອນຄອບຄົວ
  • ເຊົ່າລົດໂຮງຮຽນ
  • ເຊົ່າລົດໃນການທ່ອງທ່ຽວປະຈໍາປີຂອງບໍລິສັດ
  • ລົດເມສໍາລັບງານແຕ່ງງານ
  • ການໂດຍສານຈາກສະໜາມບິນເຂົ້າເມືອງ

ການຈອງບໍລິການລົດແຊເວັງຢ່າງສະດວກກັບ Easybook

Easybook ເປັນແທັບຟອມທີ່ມີຂໍ້ສະເຫນີດີໆ ແລະລາຄາເຫມາະສົມ ສໍາລັບການເດີນທາງໃນລາວ. ນັກທ່ອງທ່ຽວສາມາດກໍານົດລາຍລະອຽດການຈອງໄດ້ເຊັ່ນ ການເລືອກລົດທີ່ຕ້ອງການ ຈຸດຮັບ ວັນທີ ແລະເວລາການເດີນທາງຢູ່ Easybook.

ຄວນຈອງລົດຫຼືບໍລິການແຊເວັງລ່ວງໜ້າເພື່ອຫຼີກລ້ຽງອຸປະສັກ. ການເຊົ່າລົດເປັນທາງເລືອກທີ່ດີສໍາລັບການເດີນທາງເປັນກຸ່ມ ເພາະຊ່ວຍປະຫຍັດຄ່າໃຊ້ຈ່າຍ ແລະມີຄວາມປອດໄພຫຼາຍກວ່າການເດີນທາງຄົນດຽວ. ເລີ່ມຕົ້ນການເດີນທາງຂອງທ່ານໂດຍຈອງບໍລິການເຊົ່າລົດທີ່ທ່ານຕ້ອງການກັບ Easybook ຢ່າງສະດວກແລະທັນໃຈ.

* ລາຄາສູງກວ່າຂາຍທີ່ເຄົາເຕີເລັກນ້ອຍພຽງ 0.01% ເອງ. ** ໃຊ້ໄດ້ສຳລັບການເຮັດທຸລະການໂດຍບໍ່ຕ້ອງໃຊ້ລະຫັດສ່ວນຫຼຸດ ແລະ ເສັ້ນທາງທີ່ສະເໜີໃຫ້ໂດຍບໍລິສັດບາງບໍລີສັດເທົ່ານັ້ນ. *** ໃຊ້ໄດ້ສະເພາະບາງເສັ້ນທາງເທົ່ານັ້ນ, ສ່ວນຫຼຸດຕ່າງໆໄດ້ລວມໄປທີລາຄາປີ້ຮຽກຮ້ອຍແລ້ວ (ເຊັນລາຄາຕໍ່າກວ່າລາຄາທີຂາຍຢູ່ເຄົາເຕີ). * ພາບລົດເປັນພຽງຮູບເພື່ອໃຊ້ໃນການອ້າງອີງເທົ່ານັ້ນ. * ເວລາການເດີນທາງເປັນພຽງການຄາດຄະເນເທົ່ານັ້ນ.